ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງກົມໃຫຍ່ເສນາທິການກອງທັບລົງກວດກາ
ວຽກງານການປະກອບກຽມພ້ອມສູ້ຮົບຢູ່ທະຫານແຂວງໄຊຍະບູລີ


     ວັນທີ 12 ກຸມພາ 2024 ນີ້, ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່
ເສນາທິການກອງທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວກວດ ກາວຽກງານການປະກອບດ້ານພາຫະນະ-ເຕັກນິກອາວຸດກະສູນ ແລະ ວຽກງານ
ຮັບປະກັນດ້ານອຸປະໂພກ-ບໍລິໂພກກຽມພ້ອມສູ້ຮົບຢູ່ກອງບັນຊາການທະຫານແຂວງໄຊຍະບູລີ, ໂດຍການຕອນຮັບຂອງ ສະຫາຍ ພົນຈັດຕະວາ
ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໄຊຍະບູລີ ພ້ອມຄະນະເຂົ້າຮ່ວມ.

     ສະຫາຍ ພັນໂທ ສອນເພັດ ບົວພານະ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ລາຍງານຫຍໍ້ດ້ານການປະ
ກອບ, ຄຸນນະພາບຂອງພາຫະນະ-ເຕັກນິກ ແລະ ອາວຸດ ກະສູນໃນການຮັບໃຊ້ກຽມພ້ອມສູ້ຮົບ ຈາກນັ້ນພາກສ່ວນວິຊາສະເພາະກໍໄດ້ຜັດປ່ຽນ
ກັນລາຍງານ ແຕ່ລະວຽກງານເປັນຕົ້ນແມ່ນວຽກງານອຸປະໂພກ-ບໍລິໂພກ ແຮສຳຮອງຮັບໃຊ້ກຽມພ້ອມສູ້ຮົບ, ວຽກງານການປະກອບອາວຸດກະ
ສູນກຽມພ້ອມສູ້ຮົບຂອງແຕ່ລະກົມກອງ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພອນ ໄດ້ເນັ້ນໜັກຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງໄຊຍະບູ
ລີ ຈົ່ງພ້ອມກັນປົກປັກຮັກສາພາຫະນະ-ເຕັກນິກອາວຸດກະສູນ ທີ່ໄດ້ປະກອບ ໃຫ້ນຳໃຊ້ໄດ້ຍາວນານ, ພ້ອມກັນຍົກສູງສະຕິໃນການກຽມພ້ອມ
ສູ້ຮົບໃຫ້ເຂັ້ມງວດ, ເພີ່ມທະວີກຳລັງປະຈຳການໃຫ້ເຂັ້ມງວດ, ກຽມພ້ອມທັງກຳລັງ ແລະ ພາຫະນະຄົບຊຸດ, ສຸມໃສ່ຈັດຕັ້ງ ປະຕິບັດຂະບວນ
ການອົບຮົມ-ຫັດແອບໃນແຕ່ລະໄລຍະໃຫ້ເປັນປົກກະຕິ ເພື່ອເປັນການຍົກສູງຄວາມຮູ້, ຄວາມສາມາດໃນຂະບວນການຄຸ້ມຄອງກຳລັງພົນໃຫ້
ຖືກຕ້ອງຕາມໂຄງຮ່າງການຈັດຕັ້ງ ໃຫ້ແທດເໝາະຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃຫ້ມີຜົນສຳເລັດ. ວຽກງານກຽມພ້ອມ
ສູ້ຮົບ ເປັນວຽກງານທີ່ສຳຄັນ ເພື່ອຮັບປະກັນສະຖຽນລະພາບດ້ານການເມືອງ, ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ກຳລັງ
ສູ້ຮົບມີຄວາມເຂັ້ມແຂງ ເປັນບັນຫາຕັດສິນໃຫ້ກົມກອງມີຄວາມເປັນລະບຽບຮຽບຮ້ອຍ, ພະນັກງານ-ນັກຮົບມີລະບຽບວິ ໄນເຂັ້ມງວດ ດັ່ງນັ້ນ
ວຽກງານກຽມພ້ອມ ສຸ້ຮົບໃນຖັນແຖວກອງທັບຈຶ່ງມີຄວາມຈຳເປັນ ແລະ ຮຽກຮ້ອງທຸກກົມກອງຕ້ອງມີຄວາມຮັບປະກັນ ກຽມພ້ອມສູ້ຮົບ
ໃຫ້ໄດ້ 100%.

ແຫຼ່ງຂ່າວໂດຍ ສົມຈີນ
ວັນທີ 14/02/2024